ETL service (ETL App) ແມ່ນຫຍັງ?

ບໍລິການ APP ETL Services ແມ່ນຜະລິດຕະພັນຂອງບໍລິສັດ ETL Company Limited ທີ່ສະໜອງການເຮັດວຽກຂອງລູກຄ້າ ETL ໃຫ້ເຮັດດ້ວຍຕົນເອງ. ສາມາດຮອງຮັບ 4 ພາສາເຊັ່ນວ່າ: ພາສາລາວ, ອັງກິດ, ຈີນ, ແລະ ຫວຽດນາມ. ແອັບນີ້ສະໜອງການເຮັດວຽກເຊັ່ນ: ການສອບຖາມຂໍ້ມູນພື້ນຖານ (ຍອດເງິນ, ໜີ້, ຄະແນນໂບນັດ, ແລະ ດາຕ້າ), ການຕື່ມເງິນແບບທອບອັບ (E-TopUp) ໃຫ້ທັງຜູ້ໃຊ້ເບີເຕີມເງິນ ແລະ ເບີລາຍເດືອນ, ການໂອນມູນຄ່າໂທຂອງເບີເຕີມເງິນ, ການຊື້ດາຕ້າ, ຊື້ລະຫັດ ETL WiFi Hotspot, ສອບຖາມ ຫຼື ລົງທະບຽນບໍລິການ VAS, ລົງທະບຽນຮັບໃບບິນຄ່າບໍລິການຜ່ານອີເມລ, ການກວດຍອດຊຳລະ ຫຼື ຈ່າຍໜີ້ ADSL, ການເລືອກຊື້ເບີງາມ ແລະ ຍັງສາມາດກວດເບິ່ງໂປໂມຊັ່ນຕ່າງໆຂອງ ETL, ອັດຕາການໂທ IR, ອັດຕາການໂທລະຫວ່າງປະເທດ ແລະ ອື່ນໆ.

ແນະນໍາຂັ້ນຕອນ ນໍາໃຊ້ບໍລິການ

ວິທີລົງທະບຽນ:

1. ກົດທີ່ປຸ່ມລົງທະບຽນ.
2. ປ້ອນເບີໂທລະສັບທີ່ທ່ານຕ້ອງການ (ຕົວຢ່າງ: ພິມ 20xxxxxxxx).
3. ລະບົບຈະສົ່ງລະຫັດໃຫ້ທ່ານທາງຂໍ້ຄວາມ, ຫຼັງຈາກນັ້ນນຳລະຫັດມາປ້ອນໃສ່ກ່ອນເຂົ້າລະບົບ.

 27,611 ຈຳນວນຜູ້ເຂົ້າເບິ່ງທັງໝົດ,  32 ຈຳນວນຜູ້ເຂົ້າເບິ່ງຂອງມື້ນີ້

ຕິດຕໍ່ສອບຖາມພວກເຮົາ
message
sms
whatsapp
line
wechat
email
Menu
Languages