ລັດວິສາຫະກິດ ໂທລະຄົມລາວ ມອບທຶນການສຶກສາໃຫ້ມະຫາວິທະຍາໄລແຫ່ງຊາດ
ໃນໂຄງການ ການເຄື່ອນໄຫວຖາມ - ຕອບຄໍາຖາມວິທະຍາສາດຄວາມຮູ້ຮອບ
ພິທີມອບ - ຮັບທຶນການສຶກສາໃຫ້ມະຫາວິທະຍາໄລແຫ່ງຊາດ
ໃນໂຄງການ ການເຄື່ອນໄຫວຖາມ - ຕອບຄໍາຖາມວິທະຍາສາດຄວາມຮູ້ຮອບ
ລັດວິສາຫະກິດ ໂທລະຄົມລາວ (ອີທີແອລ) ໄດ້ມອບທຶນການສຶກສາໃຫ້ ມະຫາວິທະ
ຍາໄລແຫ່ງຊາດ ມູນຄ່າ 65,000,000 ກີບ (ຫົກສິບຫ້າລ້ານກີບ) ເພຶ່ອປະກອບສ່ວນເຂົ້າ
ໃນໂຄງການ ການເຄື່ອນໄຫວຖາມ - ຕອບຄຳຖາມວິທະຍາສາດ ຄວາມຮູ້ຮອບຕົວເພຶ່ອຊິງ
ທຶນການສຶກສາຈາກລັດວິສະຫະກິດ ໂທລະຄົມລາວ (ອີທີແອລ).
ພິທີການມອບ - ຮັບທຶນການສຶກສາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29/11/2008 ມອບໂດຍ ທ່ານ ຄໍາຮຸ່ງ ສໍສໍາພັນ ຮອງຜູ້ອໍານວຍການໃຫ່ຍ ລັດວິສາຫະກິດ ໂທລະຄົມລາວ ພ້ອມດ້ວຍຄະນະ ແລະ ຮັບມອບໂດຍ ທ່ານ ຮສ ລຳໄມ ພິພັກຂະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດພ້ອມດ້ວຍຄະນະຄູອາຈານເຂົ້າຮ່ວມໃນການມອບທຶນ ການສຶກສາ
ໃນຄັ້ງນີ້.
ການເຄື່ອນໄຫວກິດຈະກໍາ ການຖາມ - ຕອບບັນຫາວິທະຍາສາດຄວາມຮູ້ຮອບຕົວ
ຈະໄດ້ເລີ່ມຂຶ້ນໃນວັນທີ 5/11/08 - 7/01/2009 ທີ່ມະຫາວິທະຍາໄລແຫ່ງຊາດ.
ຄຽງຄູ່ກັບການດໍາເນີນທຸລະກິດໃຫ້ປະສົບຜົນສໍາເລັດ ລັດວິສາຫະກິດໂທລະຄົມລາວ ກໍ່ໄດ້ຖືເອົາການປະກອບສ່ວນຊ່ວຍເຫຼືອສັງຄົມເປັນນະໂຍບາຍອັນໜຶ່ງທີ່ສໍາຄັນ ແລະການມອບ
ທຶນການສຶກສາໃຫ້ມະຫາວິທະຍາໄລແຫ່ງຊາດໃນຄັ້ງນີ້ ກໍ່ເພຶ່ອເປັນການສະໜັບສະໜູນໃຫ້ນັກ
ສຶກສາມີຄວາມສາມາດກ້າສະແດງອອກ ແລະ ເພຶ່ອເປັນສ່ວນໜຶ່ງໃນການພັດທະນາການສຶກ
ສາຂອງລາວໃຫ້ກ້າວຂຶ້ນໄປເລື່ອຍໆ.
|