ກິດຈະກໍາ/ນະຄອນຫຼວງວຽງຈັນ

 

   ງານພົບປະສັງສັນລະຫວ່າງ ອທອ ກັບ ລູກຄ້າ ແລະ ຮ້ານຕົວແທນຈໍາໜ່າຍທົ່ວປະເທດ. ວັນທີ (31.08.2000 – 31.08.2010).


Javascript DHTML Image Web Scroller Powered by dhtml-menu-builder.com   

 ເພື່ອເປັນການສະເຫຼີມສະຫຼອງ ການສ້າງຕັ້ງ ອີທີແອລ ຄົບຮອບ 10 ປີງານພົບປະ ສັງສັນລະຫວ່າງບໍລິສັດລັດ ວິສາຫະກິດ ໂທລະຄົມລາວ ກັບຮ້ານຕົວແທນຈໍາໜ່າຍ ແລະ ລູກຄ້າ ໄດ້ຖືກຈັດຂື້ນຢູ່ທົ່ວປະເທດເຊິ່ງລວມທັງສໍານັກງານໃຫຍ່ ອທອ ,ສາຂາ ອທອ ແຂວງ ສູນບໍລິການ ອທອ ແລະ ໜ່ວຍບໍລິການ ອທອ ທົ່ວປະເທດ
 ຈຸດປະສົງຂອງງານພົບປະສັງສັນແມ່ນ ເພື່ອເປັນການ ສ້າງສາຍພົວພັນອັນດີລະຫວ່າງ ອທອ ກັບ ລູກຄ້າ ແລະ ຮ້ານຕົວແທນຈໍາໜ່າຍ
ເນື່ອງໃນໂອກາດການສ້າງຕັ້ງ ອທອ ຄົບຮອບ 10 ປີໃຫ້ກຽດເປີດພິທີງານລ້ຽງພົບປະສັງສັນໂດຍ ທ່ານ ສີສະຫວາດ ອີນທະວົງ, ຮອງຜູ້ອໍານວຍການໃຫຍ່ ອທອ ພ້ອມດ້ວຍ ຄະນະພະແນກການຕ່າງໆ ອ້ອມຂ້າງ ອທອ, ພະນັກງານທີ່ກ່ຽວຂ້ອງ, ລູກຄ້າ ແລະ ຮ້ານຕົວແທນຈໍາໜ່າຍ ທີ່ຖືກເຊີນໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ.
ບັນຍາກາດເຕັມໄປດ້ວຍຄວາມອົບອຸ່ນ ແລະ ເປັນກັນເອງເຊິ່ງປະກອບມີການມອບ ໃບຊົມເຊີຍ ໃຫ້ແກ່ລູກຄ້າ ແລະ ຮ້ານຕົວແທນຈໍາໜ່າຍດີເດັ່ນ, ການປະກອບຄໍາຄິດຄໍາເຫັນ ແລະ ຄໍາຕໍານິຕິຊົມຕ່າງໆ ເພື່ອປັບປຸງວຽກງານການບໍລິການໃຫ້ມີປະສິດທິພາບ ແລະ ສາມາດຕອບສະໜອງ ຕາມຄວາມ ຮຽກຮ້ອງ ຕ້ອງການຂອງລູກຄ້າ, ພ້ອມນີ້ຍັງມີກິດຈະກໍາຕ່າງໆ ເຊັ່ນ: ການຈັບສະຫລາກ, ມອບຂອງລາງວັນ ໃຫ້ ແກ່ ລູກຄ້າ ແລະ ຮ້ານຕົວແທນຈໍາໜ່າຍ ແລະ ງານລ້ຽງອາຫານທ່ຽງເພື່ອຮັດແໜ້ນສາຍພົວພັນເຊິ່ງບັນຍາກາດ ເຕັມໄປດ້ວຍຄວາມສົດຊື່ນ ແລະ ມີໄມຕີຈິດຕໍ່ກັນ.