ກິດຈະກໍາ/ງານບັນຍາກາດງານສະເຫຼີມສະຫຼອງການສ້າງຕັ້ງ ອີທີແອລ ຄົບຮອບ 10 ປີ

 

ງານບັນຍາກາດງານສະເຫຼີມສະຫຼອງການສ້າງຕັ້ງ ອີທີແອລ ຄົບຮອບ 10 ປີ ( 31.08.2000 - 31.08.2010 ) ຄັ້ງວັນທີ 27.08.2010 ທີ່ສໍານັກງານໃຫຍ່ ນະຄອນຫຼວງວຽງຈັນ.

Javascript DHTML Image Web Scroller Powered by dhtml-menu-builder.com

   ໃນຕອນບ່າຍຂອງວັນທີ່ 27 ສິງຫາ 2010 ທີ່ສໍານັກງານໃຫ່ຍ ອທອ , ນະຄອນຫຼວງວຽງຈັນໄດ້ ມີງານ ສະເຫຼີມສະຫຼອງການສ້າງຕັ້ງ ອີທີແອລ ຄົບຮອບ 10 ປີ,ໂດຍການເຂົ້າຮ່ວມຂອງຄະນະອໍານວຍການ,ຄະນະພະແນກ, ຄະນະສູນ,ພາກສ່ວນຕະຫຼອດຮອດ ພະນັກງານ ອທອ ກໍ່ເຂົ້າຮ່ວມງານດັ່ງກ່າວ ຢ່າງພ້ອມພຽງ
     ພິເສດສຸດຄະນະນໍາຈາກອົງການໄປສະນີ ແລະ ໂທລະຄົມມະນາຄົມແຫ່ງຊາດ (ອປທ) ນໍາໂດຍ ທ່ານ ທອງວັນ ວິໄລເຮືອງ, ຮອງເລຂາພັກ ອປທ ແລະ ຮອງ ຫົວໜ້າອົງການໄປສະນີໂທລະຄົມມະນາຄົມ ແຫ່ງຊາດ, ທ່ານ ປະດັບເພັດ ໄຊຍະໂຄດ, ຄະນະພັກ ອປທ ແລະ ຮອງຫົວໜ້າ ອົງການໄປສະນີໂທລະຄົມມະນາຄົມແຫ່ງຊາດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມງານດັ່ງກ່າວ. ພ້ອມນີ້ກໍ່ມີບັນດາແຂກທີ່ຖືກເຊີນ ຈາກບັນດາຂະແໜງການຕ່າງໆອ້ອມຂ້າງ ອປທ ແລະ ແຂກທີ່ຖືກເຊີນຈາກ ຂະແໜງການອື່ນໆ ກໍ່ໄດ້ ເຂົ້າ ຮ່ວມຢ່າງພ້ອມພຽງ
    ພ້ອມນີ້ກໍ່ໄດ້ມີການແຂ່ງຂັນກິລາປະເພດຕ່າງໆເພື່ອເປັນການຮັດແໜ້ນຄວາມສາມາຄີ ລະຫວ່າງພະນັກງານ ອທອ ດ້ວຍກັນ ແລະ ທັງເປັນການສະເຫຼີມສະຫຼອງຜົນສໍາເລັດຂອງ ອີທີແອລ ໃນໄລຍະ 10 ປີ ເຊິ່ງບັນຍາກາດເຕັມໄປດ້ວຍຄວາມຟົດຟືນຂອງອ້າຍເອື້ອຍນ້ອງພະນັກງານ

    ນອກຈາກນີ້ກໍ່ໄດ້ມີກິດຈະກໍາຕ່າງໆເພື່ອສ້າງບັນຍາກາດເຊັ່ນການຈັບສະຫຼາກເພື່ອມອບລາງວັນໃຫ້ແກ່ອ້າຍເອື້ອຍນ້ອງພະນັກງານ ແລະ ບັນຍາກາດມ່ວນຊື່ນ, ທີ່ໄດ້ສ້າງຄວາມສາມາຄີໃຫ້ແກ່ອ້າຍເອື້ອຍນ້ອງພະນັກງານທັງໝົດ.