ຂ່າວ

ພິທີມອບ ແບບຟອມ ກວດສຸຂະພາບ ໄຂ້ຫວັດໃຫ່ຍ (H1N1) ແລະ ປ້າຍຕັ້ງ

 ລັດວິສາຫະກິດ ໂທລະຄົມລາວ (ອີທີແອລ) ໄດ້ຈັດພິທິມອບ - ຮັບແບບຟອມ ກວດສຸຂະພາບ ໄຂ້ຫວັດໃຫ່ຍ (H1N1) ແລະ ປ້າຍຕັ້ງ ໃຫ້ການປະສານງານຕ້ານ ແລະ ຄວບຄຸມພະຍາດຕິດຕໍ່ລວມ ມູນຄ່າ 15.500.000 ກີບ (ສິບຫ້າລ້ານຫ້າແສນກີບ) ເຊິ່ງພິທີ ມອບເຄື່ອງອຸປະຖໍາດັ່ງກ່າວໄດ້ຈັດຂຶ້ນ ທີ່ສໍານັກງານໃຫ່ຍ ລທລ ໃນວັນທີ 09 ມິຖຸນາ 2009.

ໂດຍເປັນກຽດເຂົ້າຮ່ວມພິທີມອບເຄື່ອງອຸປະຖໍາດັ່ງກ່າວແມ່ນ ທ່ານ ບັນຈົງ ເພັດສີແດງ ຮອງຜູ້ອໍານວຍການໃຫ່ຍ ລທລ ພ້ອມດ້ວຍຄະນະ ແລະ ຮັບມອບໂດຍ  ທ່ານ ດຣ. ບຸນຫຼາຍ ພົມມະສັກ ຮອງ ຫົວໜ້າກົມ ອະນາໄມ ແລະ ກັນພະຍາດ ແລະ ຫົວໜ້າປະສານງານຕ້ານ ແລະ ຄວບຄຸມພະຍາດຕິດ ຕໍ່ ພ້ອມດ້ວຍຄະນະເຂົ້າຮ່ວມ.

ຄຽງຄູ່ກັບການດໍາເນີນທຸລະກິດໃຫ້ປະສົບຜົນສໍາເລັດ ລັດວິສາຫະກິດ ໂທລະຄົມລາວ ກໍ່ໄດ້ຖືເອົາການປະກອບສ່ວນຊ່ວຍເຫຼືອສັງຄົມເປັນນະໂຍບາຍອັນໜຶ່ງທີ່ສໍາຄັນ ແລະ ການມອບແບບຟອມ ກວດ ສຸຂະພາບ ໄຂ້ຫວັດໃຫ່ຍ (H1N1) ແລະ ປ້າຍຕັ້ງ ໃຫ້ຫ້ອງການປະສານງານຕ້ານ ແລະ ຄວບຄຸມພະ ຍາດຕິດຕໍ່ ໃນຄັ້ງນີ້ແມ່ນເພື່ອເປັນສ່ວນໜຶ່ງໃນການຊ່ວຍສັງຄົມເພື່ອຕ້ານ ແລະ ປ້ອງກັນພະຍາດຕິດຕໍ່ ດັ່ງກ່າວ.

ກັບຄືນ