ຂ່າວ

 

ພິທີມອບຖັງເກັບນໍ້າ ແລະ ສອບແປງທາສີຫ້ອງນໍ້າ ໃຫ້ສູນຟື້ນຟູຄົນພິການ


ສາມອົງການຈັດຕັ້ງ ມະຫາຊົນຂອງ ລັດວິສາຫະກິດໂທລະຄົມລາວ (ອີທີແອລ) ໄດ້ຈັດພິທິມອບ - ຮັບເຄື່ອງຊ່ວຍເຫຼືອ ໃຫ້ແກ່ ສູນຟື້ນຟູຄົນພິການ ກະຊວງ ສາທາລະນະສຸກ.ສໍາລັບເຄື່ອງຊ່ວຍເຫຼືອ ໃນຄັ້ງນີ້ລວມມີ ເຄື່ອງອຸປະໂພກ ບໍລິໂພກ,ຖັງເກັບນໍ້າ, ຕິດກະໂລພື້ນ,ຟາ ສ້ອມແປງເພດານ ແລະ  ທາສີຫ້ອງນໍ້າໃຫ້ແກ່ ສູນຟື້ນຟູຄົນພິການເພື່ອອໍານວຍຄວາມສະດວກໃນການນໍາໃຊ້ຕົວຈິງ ຂອງຄົນ ພິການຢູ່ໃນສູນດັ່ງກ່າວ ລວມມູນຄ່າ 8.456.000 ກີບ

ໂດຍເປັນກຽດເຂົ້າຮ່ວມພິທີມອບ - ຮັບ ເຄື່ອງຊວ່ຍເຫຼືອດັ່ງກ່າວແມ່ນ ຄະນະສາມອົງການຈັດຕັ້ງ ມະຫາ ຊົນຂອງ ລທລ  ແລະ ຮັບໂດຍ ຄະນະອໍານວຍການ ຂອງສູນຟື້ນຟູຄົນພິການ ເຊິ່ງໄດ້ຈັດຂຶ້ນທີ່ສູນຟື້ນຟູຄົນພິການ ຫູ,ຕາ,ດັງ ແລະ ປາກກືກ ໃນເວລາ 10:00 ໂມງ ຂອງ ວັນທີ: 04/09/2009


 ເພື່ອເປັນການສະເຫຼີມສະຫຼອງ ການສ້າງຕັ້ງ ອີທີແອລ ຄົບຮອບ 10 ປີງານພົບປະ ສັງສັນລະຫວ່າງບໍລິສັດລັດ ວິສາຫະກິດ ໂທລະຄົມລາວ ກັບຮ້ານຕົວແທນຈໍາໜ່າຍ ແລະ ລູກຄ້າ ໄດ້ຖືກຈັດຂື້ນຢູ່ທົ່ວປະເທດເຊິ່ງລວມທັງສໍານັກງານໃຫຍ່ ອທອ ,ສາຂາ ອທອ ແຂວງ ສູນບໍລິການ ອທອ ແລະ ໜ່ວຍບໍລິການ ອທອ ທົ່ວປະເທດ

ກັບຄືນ