Promotion
  Value Added Service
  PSTN(Fix Phone)Service
  Products
  Information
  Activities
  Advertisement
  Custom Service Center

ETL's Calendar 2008
   
 

ອີທີແອລ ມອບເງິນຊ່ວຍເຫຼືອເພື່ອສ້ອມແປງ ໂຮງຮຽນ ປະຖົມ ປົ່ງຄໍ້
ETL contributes dustbins to PONG KHO Primary school.

ພິທີມອບ-ຮັບ ການສ້ອມແປງ ໂຮງຮຽນ ປະຖົມ ບ້ານ ປົ່ງຄໍ້, ເມືອງ ປາກ ລາຍ, ແຂວງ ໄຊຍະບູລີ      

​ໃນວັນທີ 11 ຕຸລາ 2008 ຄະນະ 3 ອົງການຈັດຕັ້ງ ( ຊາວໜຸ່ມ, ກຳມະບານ ແລະແມ່ຍິງ ) ຂອງ ລັດວິສາຫະກິດ ໂທລະຄົມລາວ ( ETL ), ໄດ້ຈັດພິທີມອບ-ຮັບ ການສ້ອມແປງໂຮງຮຽນໃຫ້ແກ່ ໂຮງຮຽນ ປະຖົມ ບ້ານ ປົ່ງຄໍ້, ເມືອງ ປາກລາຍ, ແຂວງ ໄຊຍະບູລີ. ໃນການເຂົ້າຮ່ວມພິທີມອບ-ຮັບ ໃນຄັ້ງນີ້ ຕ່າງໜ້າໃຫ້ 3 ອົງການຈັດຕັ້ງຂອງ ລັດວິສາຫະກິດ ໂທລະຄົມລາວ ແມ່ນ ທ່ານ ຄຳພອນ ດວງເດດ ຫົວໜ້າ ພະແນກບໍລິຫານ ລທລ, ທ່ານ ແສງດາລັດ ກັດຕິຍະສັກ ຄະນະບໍລິຫານງານຊາວໜຸ່ມ ລທລ, ທ່ານ ລຽບ ວັນນະວົງ ຄະຂະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ ທັງເປັນຜູ້ຊີ້ນຳອົງການ ຈັດຕັ້ງ ມະຫາຊົນຂັ້ນເມືອງ ເມືອງ ປາກລາຍ, ທ່ານ ຊິ່ວ ສີຫາລາດ ຮອງຫົວໜ້າ ສຶກສາເມືອງ ປະຈຳ ເມືອງ ປາກລາຍ, ແຂວງ ໄຊຍະບູລີ ແລະ ຄະນະອຳນວຍການ ໂຮງຮຽນ ປະຖົມ ບ້ານ ປົ່ງຄໍ້, ຄະນະບ້ານ, ລວມໄປເຖິງຄູ, ນ້ອງໆນັກຮຽນ, ພໍ່ແມ່ປະຊາຊົນ ແລະ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງ ລທລ. ມູນຄ່າໃນການສ້ອມແປງໂຮງຮຽນປະຖົມ ບ້ານ ປົ່ງຄໍ້ ຄັ້ງນີ້ ມີມູນຄ່າທັງໝົດ 12,000,000 ກີບ (ສິບສອງລ້ານກີບ) ແລະ ອຸປະກອນການສຶກສາ ມູນຄ່າ 1,000,000 ກີບ, ວຽກທີ່ໄດ້ມີການສ້ອມແປງ ໂຮງຮຽນຄັ້ງນີ້ ແມ່ນໄດ້ມີການ ມຸງຫຼັງຄາ, ເທພື້ນຫ້ອງຮຽນ ແລະ ຕິດເພດານ ລວມ. ບັນຍາກາດໃນພິທີມອບ-ຮັບ ການສ້ອມແປງໂຮງຮຽນ ໂຮງຮຽນ ປະຖົມ ບ້ານ ປົ່ງຄໍ້, ເມືອງ ປາກລາຍ, ແຂວງ ໄຊຍະບູລີ ແມ່ນມີຄວາມເບີກບານມ່ວນຊື່ນ ແລະ ນອກຈາກນີ້ ທາງພະແນກການຕະຫຼາດຂອງ ລທລ ກໍ່ຍັງໄດມີການຈັດກິດຈະກຳ ໃນການແຈກແຖມເບີໂທລະສັມ, ເສື້ອ ແລະ ຄັນຮົ່ມ ໃຫ້ແກ່ບັນດາແຂກ, ນ້ອງໆນັກຮຽນ ແລະ ພໍແມ່ປະຊາຊົນ ທີ່ມາເຂົ້າຮ່ວມໃນງານຄັ້ງນີ້.


 
   
 
 
 
© 2003 Enterprise of Telecommunications Lao . All rights reserved.
Head Quarter office is located in Saylom Road, Saylom Village, Chanthabouly District, Vientiane Capital 01000 Lao P.D.R, P.O.Box: 7953.
E-mail: csd@etllao.com