ອທອ ມີລະບົບສູນກາງ ໂທລະສັບຕິດຕໍ່ຕ່າງປະເທດ (ISC) ໂດຍໃຊ້ ສັນຍານນໍ້າເບີ 7 ແຕ່ພຽງຜູ້ດຽວໃນ ສ.ປ.ປ ລາວ ເຊິ່ງໄດ້ຮັບ ການຊ່ວຍເຫຼືອລ້າ ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນປີ 2004. ອທອ ໄດ້ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ໃນການຕິດຕໍ່ສື່ສານ ໄປປະເທດຕ່າງໆໃນໂລກ ໂດຍຜ່ານລະ ບົບສາຍໃຍແກ້ວ ແລະ ລະບົບດາວທຽມ ສະແຕນດາດເອ ທີ່ມີປະສິດທິພາບສູງ ແລະ ຮັບປະກັນຄວາມປອດໄພ ທາງດ້ານຂໍ້ມູນຂ່າວສານ ເພາະ ອທອ ໄດ້ນໍາ ໃຊ້ລະບົບກວດສອບ ທີ່ທັນສະໄໝ.ພ້ອມນີ້ ອທອ ກໍ່ມີວິຊາການ ທີ່ມີປະສົບປະການສູງໃນການຄຸ້ມຄອງ ແລະ ບໍາລຸງຮັກສາ ລະບົບສູນກາງໂທລະສັບ ຕິດຕໍ່ ຕ່າງປະເທດ ເຊິ່ງເປັນເຄື່ອງ ອຸປະ ກອນໂທລະຄົມ ທີ່ສໍາຄັນ ໃນການພັດທະນາ ລະບົບໂທລະຄົມ ຢູ່ໃນ ສ.ປ.ປ ລາວ

ສອບຖານຂໍ້ມູນເພີ່ມເຕີມໂທ: (+856) 21 260012-13