ເດືອນ 8 ປີ 2002 ບໍລິສັດ ໂທລະຄົມລາວ ມະຫາຊົນ ໄດ້ເປີດ ໃຫ້ບໍລິການ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ໂດຍມີ ຄວາມອາດສາມາດ ຕອບສະໜອງ ແກ່ລູກຄ້າ ໃນຂອບເຂດ ທົ່ວປະເທດຈໍາ ນວນ 400.000 ເລກໝາຍ. ປະຈຸບັນມີຜູ້ຊົມໃຊ້ບໍລິການ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ຈໍານວນ 250.000 ເລກໝາຍ ໃນຂອບເຂດທົ່ວປະເທດ. ອທອ ໄດ້ໃຫ້ບໍລິການ ບັດຕື່ມມູນຄ່າໂທ ຈໍານວນ 5 ປະເພດ: ບັດ 10.000 ກີບ, ບັດ 15.000 ກີບ, ບັດ 30.000 ກີບ, ບັດ 50.000 ກີບ ແລະ ບັດ 100.000 ກີບ.


          ອທອ ໄດ້ເອົາໃຈໃສ່ ປັບປຸງ ແລະ ພັດທະນາ ຮູບແບບ ຂອງໂທລະສັບມືຖື ລະບົບຕື່ມມູນຄ່າໂທ ໂດຍເນັ້ນໃສ່ການນໍາເອົາເຕັກໂນໂລຊີ ທີ່ທັນສະໄໝ ມາບໍລິການໃຫ້ແກ່ຜູ້ຊົມໃຊ້ ເພາະໂທລະສັບມືຖື ລະບົບຕື່ມມູນຄ່າໂທໄດ້ຮັບຄວາມນິຍົມ ຈາກຜູ້ຊົມໃຊ້ທຸກພາກສ່ວນ ຈາກຂະແໜງການຕ່າງໆ. ໂທລະສັບມືຖືລະບົບຕື່ມມູນຄ່າໂທ ໄດ້ສ້າງຄວາມສະດວກ ໃຫ້ແກ່ຜູ້ຊົມໃຊ້ ເນື່ອງຈາກເປັນໂທລະສັບມືຖື ລະບົບຈ່າຍລ່ວງໜ້າ. ພ້ອມນັ້ນ ອທອ ກໍ່ໄດ້ນໍາເອົາ ການບໍລິການເສີມຕ່າງໆ ທີ່ມີຮູບແບບໃໝ່ໆ ມານໍາສະເໜີ ທັງນີ້ກໍ່ເພື່ອສ້າງເງື່ອນໄຂ ສະດວກສະບາຍ ໃຫ້ແກ່ຜູ້ຊົມໃຊ້ບໍລິການ. ປະຈຸບັນ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ຂອງ ອທອ ໄດ້ຮັບຄວາມນິຍົມ ຢ່າງກວ້າງຂວາງ ຈາກຜູ້ຊົມໃຊ້ບໍລິການ ໃນຂອບເຂດທົ່ວປະເທດ, ເພາະຈໍານວນ ຜູ້ຊົມໃຊ້ບໍລິການ ໄດ້ເພີ່ມຂຶ້ນເປັນລໍາດັບ.

ສອບຖານຂໍ້ມູນເພີ່ມເຕີມໂທ: (+856) 21 260012-13