| |
ລທລ ແມ່ນວິສາຫະກິດຂອງລັດ 100% ບໍລິຫານໂດຍຄົນລາວ, ພັດທະນາໂດຍຄົນລາວ ແລະ ເພື່ອປະຊາຊົນລາວ ຍ້ອນການເອົາໃຈໃສ່ຊຸກຍູ້ ແລະ ສະໜັບສະໜູນຈາກລັດຖະບານມາໂດຍຕະຫຼອດ ເຮັດໃຫ້ ລທລ ກ້າວຂຶ້ນ ຢ່າງວ່ອງໄວ, ສາມາດໃຫ້ບໍລິການ ໂທລະຄົມແກ່ສັງຄົມໄດ້ທົ່ວປະເທດ.
ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ສາຍລົມ, ບ. ສາຍລົມ, ມ.ຈັນທະບູລີ, ນະຄອນຫຼວງວຽງຈັນ 01000 ສ.ປ.ປ ລາວ. ຕູ້ ປ.ນ 7953. E-mail: cds@etllao.com
ວິໃສທັດ
“ສ້າງໃຫ້ ລັດວິສາຫະກິດ ໂທລະຄົມລາວ ກາຍເປັນຜູ້ນຳໜ້າ ໃນການ ໃຫ້ບໍລິການ ທາງດ້ານ ໂທລະຄົມ ໃນ ສ.ປ.ປ ລາວ”.
ພາລະກິດ
“ຮັບໃຊ້ສັງຄົມ, ຮັບປະກັນຄວາມປອດໄພ ແຫ່ງຊາດ, ສ້າງອົງກອນ ໃຫ້ເຂັ້ມ ແຂງຮອບດ້ານ ແລະ ມີຄຸນນະພາບສູງ, ພວກເຮົາຢຶດໝັ້ນ ຄຳຂັວນທີ່ວ່າ: ເຮັດທຸກສິ່ງທຸກຢ່າງ ໃຫ້ດີທີ່ສຸດ ເພື່ອຄວາມ ພູມໃຈ ຂອງຜູ້ໃຊ້ບໍລິການ”.
ເປົ້າໝາຍ
ເປົ້າໝາຍ ທີ່ສຳຄັນຕົ້ນຕໍ ຂອງ ລັດວິສາຫະກິດ ໂທລະຄົມລາວ:
• ບໍລິການ ສັງຄົມ ທາງດ້ານ ໂທລະຄົມ ທັງພາຍໃນ ແລະ ຕ່າງປະເທດ.
• ຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ຂອງຜູ້ຊົມໃຊ້ໃນທົ່ວທຸກແຫ່ງ, ທຸກຄົນສາມາດ ໃຊ້ບໍລິການ ໂທລະຄົມ ໄດ້ຢ່າງ ສະດວກ ສະບາຍ ແລະ ປັດສະຈາກ ຂັ້ນຕອນ ຫຍຸ້ງຍາກສັບສົນ. |
|