| |
ໃນວັນທີ 23 ພຶດສະພາ ອີທີແອລ ມອບເຄື່ອງອຸປະຖຳໃຫ້ແກ່ ນັກສຶກສາ ຊັ້ນສູງເລັ່ງລັດ 5 ເດືອນ ຊຸດທີ່ III, ພຶທີມອບຮັບຄັ້ງນີ້ເລີ່ມຂຶ້ນໃນເວລາ 15:00 ໂດຍຕາງຫນ້າ ລັດວິສາຫະກິດ ໂທລະຄົມລາວ ໃຫ້ກຽດມອບ ໂດຍ ທ່ານ ຄຳຮຸ່ງ ສໍສຳພິນ ຮອງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໂທລະຄົມລາວ ແລະ ທ່ານ ຄຳພອນ ດວງເດດ ເຊິ່ງຕາງຫນ້າ ນັກສຶກສາ ຊັ້ນສູງ ເລັ່ງລັດ 5 ເດືອນ ຊຸດທີ III ໃຫ້ກຽດມອບຮັບ ປະກອບມີ: ທ່ານ ສົມຫວັງ ອິນດາວົງ ເຈົ້າເມືອງ ຫົງສາ ແຂວງ ໄຊຍະບູລີ, ທ່ານ ກາສີ ນັນທະລາດ ຫົວໜ້າ ພະແນກ ຍທຂ ແຂວງ ອຸດົມໄຊ ແລະ ທ່ານ ຄຳດີ ວົງລ້ອມ ປະທານກຳມະບານ ແຂວງ ອຸດົມໄຊ ເຊິ່ງມູນຄ່າລວມຂອງເຄື່ອງອຸປະຖຳໃນຄັ້ງນີ້ແມ່ນ 2,000,000 ກີບ.
|
|