ບໍລິການ APP ETL Services ແມ່ນຜະລິດຕະພັນຂອງບໍລິສັດ ETL Company Limited ທີ່ສະໜອງການເຮັດວຽກຂອງລູກຄ້າ ETL ໃຫ້ເຮັດດ້ວຍຕົນເອງ. ສາມາດຮອງຮັບ 4 ພາສາເຊັ່ນວ່າ: ພາສາລາວ, ອັງກິດ, ຈີນ, ແລະ ຫວຽດນາມ. ແອັບນີ້ສະໜອງການເຮັດວຽກເຊັ່ນ: ການສອບຖາມຂໍ້ມູນພື້ນຖານ (ຍອດເງິນ, ໜີ້, ຄະແນນໂບນັດ, ແລະ ດາຕາ), ການຕື່ມເງິນແບບທອບອັບ (E-TopUp) ໃຫ້ທັງຜູ້ໃຊ້ເບີເຕີມເງິນ ແລະ ເບີລາຍເດືອນ, ການໂອນມູນຄ່າໂທຂອງເບີເຕີມເງິນ, ການຊື້ດາຕາ, ຊື້ລະຫັດ ETL WiFi Hotspot, ສອບຖາມ ຫຼື ລົງທະບຽນບໍລິການ VAS, ລົງທະບຽນຮັບໃບບິນຄ່າບໍລິການຜ່ານອີເມລ, ການກວດຍອດຊຳລະ ຫຼື ຈ່າຍໜີ້ ASDL, ການເລືອກຊື້ເບີງາມ ແລະ ຍັງສາມາດກວດເບິ່ງໂປໂມຊັ່ນຕ່າງໆຂອງ ETL, ອັດຕາການໂທ IR, ອັດຕາການໂທລະຫວ່າງປະເທດ ແລະ ອື່ນໆ.