Promotion
  Value Added Service
  PSTN(Fix Phone)Service
  Products
  Information
  Activities
  Advertisement
  Custom Service Center

ETL's Calendar 2008
   

 

ແຈ້ງການ

 
 

        ລັດວິສາຫະກິດ ໂທລະຄົມລາວ (ລທລ) ຂໍແຈ້ງມາຍັງທ່ານຜູ້ນຳໃຊ້ ການບໍລິການ ໂທໄປຕ່າງປະເທດດ້ວຍບັດ ໄອຄາດ 180 (I - 180) ຊາບວ່າ:

        ວັນທີ 01/01/2007 ເປັນຕົ້ນໄປ ລທລ ໄດ້ປິດການໃຫ້ບໍລິການ ໂທໄປຕ່າງປະເທດ ດ້ວຍບັດ ໄອຄາດ 180 (i - card 180).

        ສະນັ້ນ, ລທລ ຂໍແຈ້ງໃຫ້ຮ້ານຕົວແທນຈຳໜ່າຍ ແລະ ລູກຄ້າທີ່ມີບັດ ໄອຄາດ ທີ່ຍັງບໍ່ທັນນຳໃຊ້ ຫຼື ນຳໃຊ້ແລ້ວ ແຕ່ມູນຄ່າໂທຍັງເຫຼືອຢູ່ ໃຫ້ນຳເອົາບັດມາແລກປ່ຽນເປັນ ບັດຕື່ມມູນຄ່າໂທ ພີໂຟນ (P-Phone) ຫຼື ບັດອິນເຕີເນັດ (Net Card) ຕາມມູນຄ່າທີ່ຍັງເຫຼືອ ຕົວຈິງ.


 
  ກຳນົດແລກປ່ຽນບັດເລີ່ມແຕ່ ວັນທີ 19 - 31 ທັນວາ 2006 ເທົ່ານັ້ນ
(ຖ້າກາຍກຳນົດເວລາດັ່ງກ່າວ ຖືວ່າສະຫຼະສິດ)
 
 

ສະນັ້ນ, ຈຶ່ງແຈ້ງມາຍັງທ່ານຊາບ ແລະ ຂໍອະໄພໃນຄວາມບໍ່ສະດວກໃນຄັ້ງນີ້ດ້ວຍ.
ຂໍຂອບໃຈທຸກທ່ານ ທີ່ໃຊ້ບໍລິການ
ຂອງລັດວິສາຫະກິດ ໂທລະຄົມລາວ

 
 
ສອບຖາມຂໍ້ມູນເພີ່ມເຕີມ:
ETL CALL CENTER
135
 
For more information call: (+856) 21 260012-13
 
 
© 2003 Enterprise of Telecommunications Lao . All rights reserved.
Head Quarter office is located in Saylom Road, Saylom Village, Chanthabouly District, Vientiane Capital 01000 Lao P.D.R, P.O.Box: 7953.
E-mail: csd@etllao.com