ໂປຣໂມເຊິນ
   ບໍລິການເສີມ
   ບໍລິການໂທລະສັບຕັ້ງໂຕະ
   ຜະລິດຕະພັນ
   ປະຊາສຳພັນ
   ກິດຈະກຳ
   ສື່ໂຄສະນາ
   ສູນບໍລິການລູກຄ້າ

ປະຕິທິນ ອີທີແອລ ປີ 2008
 

   
 

ປະຈຸບັນ ລທລ ເປັນຜູ້ນຳໜ້າ ໃນການໃຫ້ບໍລິການສາຍເຊົ່າ ທັງພາຍໃນ ແລະ ຕ່າງປະເທດ. ການບໍລິການ ສາຍເຊົ່າ ທັງ 2 ປະເພດນີ້ ແມ່ນສາມາດ ໃຫ້ບໍລິການແກ່ຜູ້ຊົມໃຊ້ ໄດ້ທັງແບບຈຸດຕໍ່ຈຸດ (Point to Point) ແລະ ແບບ ຈຸດຕໍ່ຫຼາຍຈຸດ (Point to Multipoint) ເຊິ່ງ ມີຄວາມສະດວກ, ຄວາມປອດໄພ ໃນການນຳໃຊ້ ແລະການຮັບ-ສົ່ງຂໍ້ມູນຕ່າງໆ ທີ່ມີປະລິມານສູງ ດ້ວຍຄວາມໄວທີ່ແນ່ນອນ ແລະ ມີປະສິດທິພາບສູງ ເພາະການເຊື່ອມຕໍ່ ຜ່ານລະບົບເຄືອຂ່າຍໂທລະຄົມ ທີ່ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ. ການບໍລິການສາຍເຊົ່າ ທັງພາຍໃນ ແລະ ຕ່າງປະເທດ ຈາກ ລທລ ແມ່ນສາມາດຕອບສະໜອງ ການບໍລິການ ໄດ້ຫຼາຍຊະນິດເຊັ່ນ: ດ້ານຂໍ້ມູນ (Data), ພາບ ແລະ ສຽງ (Picture & Voice).ການບໍລິການສາຍເຊົ່າ ທັງ 2 ປະເພດ ແມ່ນສາມາດ ຕອບສະໜອງ ການບໍລິການ ໃຫ້ແກ່ຜູ້ຊົມໃຊ້ ໄດ້ຕະຫຼອດ 24 ຊົ່ວໂມງ, ພ້ອມຮັບປະກັນຄວາມປອດໄພທາງດ້ານຂໍ້ມູນ ແລະ ຄວາມເຊື່ອຖື ເນື່ອງຈາກວ່າ ລທລ ໄດ້ນຳໃຊ້ລະບົບການກວດສອບ ຄຸນນະພາບ ດ້ວຍເຄື່ອງຈັກທີ່ທັນສະໄໝ ທີ່ສາມາດຕິດຕໍ່ກັບສູນຂໍ້ມູນ (Data Base) ຂອງ ລທລ ເພື່ອຄົ້ນຫາ ແຫຼ່ງຂໍ້ມູນ ທັງໝົດ ໄດ້ໂດຍກົງ ເຊິ່ງສາມາດສ້າງຄວາມໝັ້ນໃຈ ໃຫ້ກັບຜູ້ຊົມໃຊ້. ລທລ ໄດ້ນຳໃຊ້ລະບົບດາວທຽມ, ສາຍທອງແດງ (Copper Cable) ແລະ ສາຍໃຍແກ້ວ (Optical Fiber) ດ້ວຍຄວາມໄວແຕ່ 64 Kbps ເຖິງ 155 Mbps ເພື່ອບໍລິການສາຍເຊົ່າ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ຜູ້ຊົມໃຊ້ບໍລິການ. ປະຈຸບັນ ລທລ ມີລູກຄ້າ ສາຍເຊົ່າທັງພາຍໃນ ແລະ ຕ່າງປະເທດ ທີ່ສ່ວນໃຫຍ່ ແມ່ນອົງການຈັດຕັ້ງຂອງລັດ, ອົງການຈັດຕັ້ງສາກົນ, ສະຖານທູດ, ສະຖາບັນການສຶກສາ, ວິສາຫະກິດຕ່າງໆ ເປັນຕົ້ນ ແມ່ນທຸລະກິດການເງິນ-ການທະນາຄານ, ອຸດສາຫະກຳການຜະລິດ, ທຸລະກິດໂຮງແຮມ ແລະ ການທ່ອງທ່ຽວ, ທຸລະກິດທີ່ປຶກສາ, ທຸລະກິດການຂົນສົ່ງ, ທຸລະກິດຄອມພີິວເຕີ ແລະ ການສື່ສານ, ທຸລະກິດການຄ້າ ລະຫວ່າງປະເທດ, ບັນດາຫ້າງຮ້ານຕ່າງໆ

 
 
 
 
 
© 2003 Enterprise of Telecommunications Lao . All rights reserved.
Head Quarter office is located in Saylom Road, Saylom Village, Chanthabouly District, Vientiane Capital 01000 Lao P.D.R, P.O.Box: 7953.
E-mail: csd@etllao.com