ກັບສອງຮູບແບບຂອງການບໍລິການ ລະບົບມືຖື ທີ່ລູກຄ້າສາມາດເລືອກໃຊ້ໃດ້ຕາມຄວາມພໍໃຈ ພ້ອມທັງຍັງ ສະດວກສະບາຍ ໃນການເລືອກໃຊ້ ກັບສອງຮູບແບບຄື: ແບບ postpaid ແລະ ແບບ pre-paid ທ່ານສາມາດຕິດຕໍ່ຊື່ສານໄດ້ຢ່າງ ສະດວກ, ສະບາຍ ແລະ ວ່ອງໄວກັບເຄືອຄ່າຍຂອງ ລທລ ທີ່ຄວບຄຸມທົ່ວປະເທດ. ມືຖືລະບົບລາຍເດືອນ: ມືຖືລະບົບລາຍເດືອນ ແມ່ນບໍລິການທີ່ທ່ານຈ່າຍຄ່າບິລິການພາຍຫຼັງໄດ້ຮັບ ໃບແຈ້ງລາຄາໃນ ຂອງການໃຊ້ບໍລິການ ໃນແຕ່ລະເດືອນ. ທ່ານສາມາຊຳລະຄ່າບໍລິການຢູ່ທີ່ສູນ, ສາຂາ ຫຼື ໜ່ວຍບໍລິການ ຂອງ ລທລ ໄດ້ທົ່ວປະເທດ ນອກນີ້ຍັງສາມາດນຳ ໃຊ້ບໍລິການເສີມອື່ນໆໄດ້ອີກເຊັ່ນ: ບໍລິການສົ່ງຂໍ້ຄວາມ-ຂໍ້ຄວາມສຽງ, ຈີພີອາເອສ.. ລາຄາຊິມໃໝ່ 720,000 ກີບ ຄ່າລົງທະບຽນ 120,000 ກີບ
ມືຖືລະບົບຕື່ມມູນຄ່າໂທ: ມືຖືລະບົບຕື່ມມູນຄ່າໂທ (ພີ-ໂຟນ) ແມ່ນບໍລິການໂທລະສັບມືຖື ແບບຈ່າຍລ່ວງໜ້າ ໝາຍຄວາມວ່າສາມາດຕື່ມມູນຄ່າໂທໄດ້ເອງ ດ້ວຍການໃຊ້ບັດຕື່ມມູນຄ່າໂທ ເພື່ອຄວາມສະດວກສະບາຍໃນການນຳໃຊ້ ນອກນີ້ຍັງສາມາດນຳໃຊ້ບໍລິການເສີມອື່ນໆໄດ້ອີກເຊັ່ນ: ບໍລິການສົ່ງຂໍ້ຄວາມ-ຂໍ້ຄວາມສຽງ, ຈີພີອາເອສ.. ລາຄາຊິມໃໝ່ 50,000 ກີບ ຄ່າລົງທະບຽນ 120,000 ກີບ
ບໍລິການເສີມ: SMS ( ບໍລິການ ຮັບ-ສົ່ງ ຂໍ້ຄວາມສຽງ) ລະຫັດ: +856202001122 100 ກີບ/1ຄັ້ງ VMS ( ບໍລິການຝາກຂໍ້ຄວາມສຽງ )ລະຫັດ: +856202003355 60 ກີບ/1ນາທີ