ໂປຣໂມເຊິນ
   ບໍລິການເສີມ
   ບໍລິການໂທລະສັບຕັ້ງໂຕະ
   ຜະລິດຕະພັນ
   ປະຊາສຳພັນ
   ກິດຈະກຳ
   ສື່ໂຄສະນາ
   ສູນບໍລິການລູກຄ້າ

ປະຕິທິນ ອີທີແອລ ປີ 2009
 
 

 

ເດືອນ 5  ປີ 2002  ລັດວິສາຫະກິດ  ໂທລະຄົມລາວ  ໄດ້ເປີດ  ໃຫ້ບໍລິການ ໂທລະສັບມືຖື ລະບົບ ລາຍເດືອນ ໂດຍມີຄວາມອາດສາມາດ ໃຫ້ບໍລິການແກ່ລູກຄ້າຈຳນວນ 50.000 ເລກໝາຍ. ການເພີ່ມຂື້ນຂອງຈຳນວນຜູ້ຊົມໃຊ້ໂທລະສັບມືຖື ລະບົບລາຍເດືອນ ແມ່ນອີງຕາມການຂະຫຍາຍຕົວ ຂອງເສດຖະກິດ ແລະ ສັງຄົມ, ເຊີ່ງ ລູກຄ້າສ່ວນໃຫຍ່  ແມ່ນ ພະນັກງານ ຈາກອົງການຈັດຕັ້ງຕ່າງໆ  ທັງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ສະຖານທູດ, ນັກທຸລະກິດ, ຊາວຄ້າຂາຍ ທັງພາຍໃນ ແລະ ຕ່າງປະເທດ.
ລທລ ໄດ້ປັບປຸງ ແລະ ພັດທະນາ ໂທລະສັບມືຖື ລະບົບລາຍເດືອນ ດ້ວຍການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອຕອບສະໜອງ ຕາມຄວາມຕ້ອງການ ຂອງຜູ້ຊົມໃຊ້ບໍລິການ , ເນື່ອງຈາກວ່າ ການ ຕິດຕໍ່ສື່ສານ ໄດ້ກາຍເປັນ ພາຫະນະ ທີ່ສຳຄັນ ໃນການ ຮັບ-ສົ່ງ ຂໍ້ມູນຂ່າວສານ ຕ່າງໆ ເຊິ່ງສ້າງຄວາມ ສະດວກສະບາຍ, ວ່ອງໄວ ແລະ ທັນກັບສະພາບ ການປ່ຽນແປງໃໝ່ ຂອງ ເສດຖະກິດ ແລະ ສັງຄົມໃນຍຸກປະຈຸບັນ.

 
 
 
 
 
© 2003 Enterprise of Telecommunications Lao . All rights reserved.
Head Quarter office is located in Saylom Road, Saylom Village, Chanthabouly District, Vientiane Capital 01000 Lao P.D.R, P.O.Box: 7953.
E-mail: csd@etllao.com