ເດືອນ 8 ປີ 2002 ລັດວິສາຫະກິດ ໂທລະຄົມລາວ ໄດ້ເປີດ ໃຫ້ບໍລິການ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ໂດຍມີ ຄວາມອາດສາມາດ ຕອບສະໜອງ ແກ່ລູກຄ້າ ໃນຂອບເຂດ ທົ່ວປະເທດ ຈຳນວນ 400.000 ເລກໝາຍ. ປະຈຸບັນມີຜູ້ຊົມໃຊ້ບໍລິການ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ຈຳນວນ 250.000 ເລກໝາຍ ໃນຂອບເຂດທົ່ວປະເທດ. ລທລ ໄດ້ໃຫ້ບໍລິການ ບັດຕື່ມມູນຄ່າໂທ ຈຳນວນ 5 ປະເພດ: ບັດ 10.000 ກີບ, ບັດ 15.000 ກີບ, ບັດ 30.000 ກີບ, ບັດ 50.000 ກີບ ແລະ ບັດ 100.000 ກີບ. ລທລ ໄດ້ເອົາໃຈໃສ່ ປັບປຸງ ແລະ ພັດທະນາ ຮູບແບບ ຂອງໂທລະສັບມືຖື ລະບົບຕື່ມມູນຄ່າໂທ ໂດຍເນັ້ນໃສ່ການນຳເອົາເຕັກໂນໂລຊີ ທີ່ທັນສະໄໝ ມາບໍລິການໃຫ້ແກ່ຜູ້ຊົມໃຊ້ ເພາະໂທລະສັບມືຖື ລະບົບຕື່ມມູນຄ່າໂທໄດ້ຮັບຄວາມນິຍົມ ຈາກຜູ້ຊົມໃຊ້ທຸກພາກສ່ວນ ຈາກຂະແໜງການຕ່າງໆ. ໂທລະສັບມືຖືລະບົບຕື່ມມູນຄ່າໂທ ໄດ້ສ້າງຄວາມສະດວກ ໃຫ້ແກ່ຜູ້ຊົມໃຊ້ ເນື່ອງຈາກເປັນໂທລະສັບມືຖືລະບົບຈ່າຍລ່ວງໜ້າ. ພ້ອມນັ້ນ ລທລ ກໍ່ໄດ້ນຳເອົາ ການບໍລິການເສີມຕ່າງໆ ທີ່ມີຮູບແບບໃໝ່ໆ ມານຳສະເໜີ ທັງນີ້ກໍ່ເພື່ອສ້າງເງື່ອນໄຂ ສະດວກສະບາຍ ໃຫ້ແກ່ຜູ້ຊົມໃຊ້ບໍລິການ. ປະຈຸບັນ ໂທລະສັບມືຖື ລະບົບຕື່ມມູນຄ່າໂທ ຂອງ ລທລ ໄດ້ຮັບຄວາມນິຍົມ ຢ່າງກວ້າງຂວາງ ຈາກຜູ້ຊົມໃຊ້ບໍລິການ ໃນຂອບເຂດທົ່ວປະເທດ, ເພາະ ຈຳນວນ ຜູ້ຊົມໃຊ້ບໍລິການ ໄດ້ເພີ່ມຂື້ນເປັນລຳດັບ.
ເບີ ພີ-ໂຟນ ສາມາດນຳໃຊ້ບໍລິການເສີມຕ່າງໆຂອງທາງ ອີທີແອລເຊັ່ນ: SMS, VMS, GPRS...