ໃນປີ 2001 ລັດວິສາຫະກິດ ໂທລະຄົມລາວ ໄດ້ເປີດ ການ ບໍລິການ ໂທລະສັບ ຕັ້ງໂຕະ ໃຫ້ແກ່ລູກຄ້າ ໄດ້ຊົມໃຊ້ ໃນເຂດ ນະຄອນຫຼວງວຽງຈັນ ແລະ ແຂວງ ບໍລິຄຳໄຊ. ທ້າຍປີ 2003 ລທລ ກໍ່ໄດ້ຂະຫຍາຍ ການບໍລິການ ໂທລະສັບຕັ້ງໂຕະ ໃນເຂດເທດສະບານແຂວງຕ່າງໆເຊັ່ນ:ແຂວງ ຄຳມ່ວນ, ສະຫວັນ ນະເຂດ, ຈຳປາສັກ, ວຽງຈັນ ແລະ ຫຼວງພະບາງ. ປະຈຸບັນ ຄວາມອາດສາມາດ ໃນການຕິດຕັ້ງ ໂທລະສັບ ຕັ້ງໂຕະ ໃຫ້ແກ່ລູກຄ້າ ໃນຂອບເຂດ ທົ່ວປະເທດ ໄດ້ຈຳນວນ 50.000 ເລກໝາຍ, ໃນນີ້ລູກຄ້າ ທີ່ຊົມໃຊ້ ໂທລະສັບຕັ້ງໂຕະ ຂອງ ລທລ ໃນ ຂອບເຂດ ທົ່ວປະເທດ ຈຳນວນ 25.000 ເລກໝາຍ ເຊິ່ງຈຳນວນ 15.000 ເລກໝາຍ ແມ່ນລູກຄ້າທີ່ຢູ່ນະຄອນຫຼວງວຽງຈັນ. ອັດຕາຄ່າເຊົ່າປະຈຳເດືອນ 1.5 ໂດລາສະຫະລັດ/ເດືອນ ແລະ ອັດຕາຄ່າໂທ 210 ກີບ/ນາທີ. ໃນອະນາຄົດ ລທລ ກໍ່ຈະຂະຫຍາຍ ຄວາມອາດສາມາດ ຂອງຈຳນວນ ເລກໝາຍໂທລະສັບຕັ້ງໂຕະ ໃຫ້ເພີ່ມຂຶ້ນ ໂດຍອີງຕາມຄວາມ ຮຽກຮ້ອງ ຕ້ອງການຂອງຜູ້ຊົມໃຊ້. ການບໍລິການພິເສດ ແມ່ນການບໍລິການໜຶ່ງ ທີ່ນອນຢູ່ໃນ ການບໍລິການຂອງ ໂທລະສັບ ຕັ້ງໂຕະ ທີ່ ຊ່ວຍໃຫ້ ຜູ້ຊົມໃຊ້ ໂທລະສັບ ຕັ້ງໂຕະ ໄດ້ນຳໃຊ້ຢ່າງຄຸ້ມຄ່າ ແລະ ເກີດປະໂຫຍດ ສູງສຸດ, ພ້ອມທັງ ປະຢັດເວລາ ແລະ ເພີ່ມຄວາມສະດວກ ໃຫ້ຜູ້ຊົມໃຊ້ນອກເຫນືອຈາກການໂທປົກກະຕິ.ປະຈຸບັນ ລທລ ສາມາດໃຫ້ບໍລິການພິເສດ 13 ຮູບແບບເຊັ່ນ: ການບໍລິການໃສ່ລະຫັດລັບ, ການບໍລິການ ໂມງປຸກ, ການບໍລິການ ປະຊຸມທາງໂທລະສັບ ແລະ ອື່ນໆ. ພ້ອມນີ້ ໂທລະສັບຕັ້ງໂຕະ ກໍ່ສາມາດເຊື່ອມຕໍ່ເຂົ້າສູ່ ລະບົບ ອິນເຕີເນັດ ແບບໝູນຜ່ານເຄືອຂ່າຍ (ລະບົບ Dial Up).