ການບໍລິການເສີມ ຂອງໂທລະສັບມືຖືທັງສອງລະບົບ (ລະບົບລາຍເດືອນ ແລະ ລະບົບຕື່ມມູນຄ່າໂທ) ຂອງ ລທລ ມີຫຼາຍປະເພດ ແລະ ຫຼາຍຮູບແບບ ທີ່ຜູ້ຊົມໃຊ້ ສາມາດ ເລືອກໃຊ້ ຕາມຄວາມ ຕ້ອງ ການເຊັ່ນ: ບໍລິການ ຮັບ-ສົ່ງຂໍ້ຄວາມ (SMS) , ບໍລິການຝາກຂໍ້ຄວາມສຽງ (VMS), ບໍລິການ ຮັບ-ສົ່ງໂທລະສານ (Fax), ບໍລິການເຊື່ອມຕໍ່ (Dial Up) ເຂົ້າຫາ ລະບົບອິນເຕີເນັດ, ບໍລິການໂອນສາຍ ແລະ ບໍລິການ ປະຊຸມທາງໂທລະສັບ ເນື່ອງຈາກວ່າຜູ້ຊົມໃຊ້ບໍລິການມີຄວາມຕ້ອງການ ການບໍລິການຮູບແບບໃຫມ່ເລື້ອຍໆ. ພິເສດສຸດ ລທລ ໄດ້ນຳເອົາການບໍລິການ ຈີ ພີ ອາ ເອສ (GPRS) ເຊິ່ງເປັນການບໍລິການຮູບແບບໃໝ່ ທີ່ທັນສະໄໝ ທີ່ເຮັດໃຫ້ມືຖືຂອງຜູ້ຊົມໃຊ້ ມີຫຼາກຫຼາຍ ທາງເລືອກ ໃນການນຳໃຊ້ ອຸປະກອນ ໂທລະຄົມ ນອກເໜືອຈາກການໂທ ເພື່ອ ເພີ່ມຄວາມສະດວກສະບາຍ ໃຫ້ແກ່ຜູ້ຊົມໃຊ້.