ການບໍລິການຮັບ-ສົ່ງຂໍ້ຄວາມ (SMS) ເປັນຕົວໜັງສື ທີ່ມີຫຼາຍພາສາ ໃຫ້ຜູ້ຊົມໃຊ້ ໄດ້ເລືອກໃຊ້ ຕາມຄວາມຕ້ອງການ ເຊັ່ນ: ພາສາອັງກິດ, ຝລັ່ງ, ໄທ ເປັນຕົ້ນ ແລະ ໃນອະນາຄົດອັນໃກ້ນີ້ຈະໃຫ້ບໍລິການ ຮັບ-ສົ່ງຂໍ້ຄວາມ ເປັນພາສາລາວ. ການຮັບ-ສົ່ງຂໍ້ຄວາມ ໃນແຕ່ລະຄັ້ງ ຜູ້ຊົມໃຊ້ສາມາດ ຂຽນຂໍ້ຄວາມທີ່ຕ້ອງການສົ່ງ ບໍ່ກາຍ 160 ຕົວອັກສອນ. ການຮັບ-ສົ່ງຂໍ້ຄວາມ ແມ່ນມີປະສິດທິພາບສູງ ເພາະ ລທລ ໄດ້ນຳໃຊ້ເຄື່ອງອຸປະກອນ ທີ່ທັນສະໄໝ ເຊິ່ງມີຄວາມອາດສາມາດ ຮັບ-ສົ່ງຂໍ້ຄວາມໄດ້ ຈຳນວນ 1 ລ້ານ ເລກໝາຍ ໃນເວລາດຽວກັນ ແລະ ໃນອະນາຄົດ ລທລ ຈະປັບປຸງ ແລະ ພັດທະນາ ທາງດ້ານພາສາ ໃຫ້ມີຫຼາຍຮູບແບບຂື້ນກວ່າເກົ່າ ເພື່ອສ້າງຫຼາຍທາງເລືອກ
ໃຫ້ແກ່ຜູ້ຊົມໃຊ້.ການບໍລິການຝາກຂໍ້ຄວາມສຽງ ຫລື ຄຳເວົ້າ, ເຊິ່ງຜູ້ຊົມໃຊ້ ສາມາດອັດສຽງ ຂອງຕົນເອງ ຫຼື ສຽງອື່ນໆ ຕາມຄວາມຕ້ອງການ ແຕ່ບໍ່ໃຫ້ເກີນ 60 ວິນາທີ ແລ້ວທຳການສົ່ງຂໍ້ຄວາມສຽງ ຫຼື ຄຳເວົ້າ ໃຫ້ເລກໝາຍທີ່ຕ້ອງການສົ່ງ. ການສົ່ງຂໍ້ຄວາມສຽງ ແມ່ນມີລັກສະນະ ງ່າຍດາຍ, ກະທັດຫັດ, ສະດວກ ແລະ ວ່ອງໄວ ເພາະແຕ່ລະຂັ້ນຕອນ ແມ່ນໄດ້ຈັດວາງໄວ້ຢ່າງລະອຽດ ໂດຍສະເພາະການນຳໃຊ້ພາສາຄຳເວົ້າ ໃນຄຳແນະນຳແຕ່ລະຂັ້ນຕອນແມ່ນເຂົ້າໃຈງ່າຍ ເຊິ່ງເຮັດໃຫ້ຜູ້ຊົມໃຊ້ ສາມາດນຳໃຊ້ ຢ່າງມີປະສິດທິຜົນ ແລະ ເກີດປະໂຫຍດສູງສຸດ ໃນການຕິດຕໍ່ສື່ສານ.