Untitled Document
 
 

ETL GPRS!

ລທລ ເປັນຜູ້ທໍາອິດທີ່ນໍາອົາ ລະບົບ ຈີ ພີ ອາ ເອສ (GPRS) ມາບໍລິການໃຫ້ແກ່ຜູ້ຊົມໃຊ້ໃນ ສ.ປ.ປ.ລາວ. ການບໍລິການ ຈີ ພີ ອາ ເອສ ແມ່ນການບໍລິການຫນື່ງ ທີ່ມີປະສິດທິພາບສູງ ໃນການ ເຊື່ອມຕໍ່ລະຫວ່າງ ລະບົບໂທລະສັບມືຖື (ລະບົບ ລາຍເດືອນ ແລະ ລະບົບ ຕື່ມມູນຄ່າໂທ) ກັບ ລະບົບ IP (Internet Protocol) ເພື່ອ ໃຫ້ ສາມາດ ນໍາໃຊ້ ອິນເຕີເນັດ ພົວພັນ ແລກປ່ຽນຂໍ້ມູນຂ່າວສານຕ່າງໆ (ປະກອບດ້ວຍຂໍ້ຄວາມ, ຮູບພາບ ແລະ ສຽງ) ຜ່ານ ທາງໂທລະສັບມືຖື. ການນໍາໃຊ້ ບໍລິການປະເພດນີ້ ແມ່ນຜູ້ຊົມໃຊ້ ສາມາດນໍາໃຊ້ ໜ່ວຍ ໂທລະສັບ ມືຖືຂອງຕົນ ເຊື່ອມຕໍ່ເຂົ້າຫາລະບົບອິນເຕີເນັດ (Internet) ໂດຍຜ່ານລະບົບແວບ (Wap) ຫລື ເນັດ (Net), ການເຊື່ອມຕໍ່ເຂົ້າຫາ ລະບົບອິນເຕີເນັດ ຜູ້ຊົມໃຊ້ອາດໃຊ້ໝ່ວຍໂທລະສັບມືຖືພົວພັນແລກປ່ຽນຂໍ້ມູນຂ່າວສານດ້ວຍຫຼາຍຮູບແບບເຊັ່ນ: ການສົ່ງຮູບພາບ, ພາບເຄື່ອນໄຫວ (MMS), ການຫຼິ້ນອິນເຕີເນັດ (Wap Browsing), ຫຼິ້ນເກມ, ເບິ່ງຮູບເງົາ, ຟັງເພງ, ດາວໂຫຼດລິງໂທນ ຮູບພາບຕ່າງໆ (Download Ring tone, Picture........) ໂດຍຜ່ານໂທລະສັບມືຖືທັງ 2 ລະບົບ (ລະບົບ ລາຍເດືອນ ແລະ ລະບົບ ຕື່ມມູນຄ່າໂທ) ຫຼື ຜ່ານລະບົບ ຄອມພິວເຕີ, ເຊິ່ງສ້າງຄວາມສະດວກໃຫ້ແກ່ຜູ້ຊົມໃຊ້ ເຊັ່ນ: ການອອກໄປ ປະຕິບັດ ວຽກນອກສະຖານທີ່ ຫຼື ເດີນທາງທ່ອງທ່ຽວ ໄປຕາມຈຸດຕ່າງໆໃນພື້ນທີ່ ທີ່ມີສັນຍານ ໂທລະສັບມືຖືຂອງ ລທລ. ນອກຈາກນີ້ ຍັງສາມາດ ໃຫ້ບໍລິການສົ່ງພາບ ແລະ ຂໍ້ມູນຕ່າງໆເຊັ່ນ: ການໂຄສະນາ, ປະກາດຂ່າວ ແຈ້ງການ, ກວດສອບພະຍາກອນອາກາດ, ກວດສອບ ອັດຕາແລກປ່ຽນ, ກວດສອບ ຖ້ຽວ ບິນ, ລົດໂດຍສານ ແລະ ອື່ນໆ ເຊິ່ງສ້າງ ຄວາມສະດວກ ສະບາຍ ແລະ ປະຢັດເວລາໃຫ້ແກ່ຜູ້ຊົມໃຊ້.
 
 
     
 

ວິທີຕັ້ງຄ່າ AirCard 3G ອີທີແອລ