Untitled Document
  ການບໍລິການເສີມ ຂອງໂທລະສັບມືຖືທັງສອງລະບົບ(ລະບົບລາຍເດືອນແລະລະບົບຕື່ມມູນຄ່າໂທ) ຂອງ ລທລ ມີຫຼາຍປະເພດ ແລະ ຫຼາຍຮູບແບບ ທີ່ຜູ້ຊົມໃຊ້ ສາມາດ ເລືອກໃຊ້ ຕາມຄວາມ ຕ້ອງ ການເຊັ່ນ:ບໍລິການ ຮັບ-ສົ່ງຂໍ້ຄວາມ (SMS), ບໍລິການສົ່ງຂໍ້ຄວາມພາບ (MMS),ບໍລິການ ຮັບ-ສົ່ງໂທລະສານ(Fax), ບໍລິການເຊື່ອມຕໍ່ (Dial Up), ເຂົ້າຫາ ລະບົບອິນເຕີເນັດ, ບໍລິການໂອນສາຍ ແລະ ບໍລິການ ປະຊຸມທາງໂທລະສັບ ເນື່ອງຈາກວ່າຜູ້ຊົມໃຊ້ບໍລິການມີຄວາມຕ້ອງການ ກ ານບໍລິກາ ນຮູບແບບໃຫມ່ເລື້ອຍໆ. ພິເສດສຸດ ລທລ ໄດ້ນຳເອົາການບໍລິການ ຈີ ພີ ອາ ເອສ (GPRS) ເຊິ່ງເປັນການບໍລິການຮູບແບບໃໝ່ ທີ່ທັນສະໄໝ ທີ່ເຮັດໃຫ້ມືຖືຂອງຜູ້ຊົມໃຊ້ ມີຫຼາກຫຼາຍທາງ ເລືອກ ໃນການນຳໃຊ້ ອຸປະກອນ ໂທລະຄົມ ນອກເໜືອຈາກການໂທ ເພື່ອ ເພີ່ມຄວາມສະດວກສະບາຍ ໃຫ້ແກ່ຜູ້ຊົມໃຊ້.  
 
ຈີ ພີ ອາ ເອສ ແມ່ນການບໍລິການຫນື່ງ ທີ່ມີປະສິດທິພາບສູງ ໃນການ ເຊື່ອມຕໍ່ລະຫວ່າງ ລະບົບໂທລະສັບມືຖື (ລະບົບ ລາຍເດືອນ ແລະ ລະບົບ ຕື່ມມູນຄ ່າໂທ) ກັບ ລະບົບ IP (Internet Protocol)...
ບໍລິການຮັບ-ສົ່ງ ຂໍ້ຄວາມຕົວອັກສອນ (SMS) ແລະ ຂໍ້ຄວາມພາບ (MMS)