ກ່ຽວກັບ ແອບພິເຄເຊີນນີ້

“ETL-KYC” ແມ່ນແອບພິເຄເຊີນສໍາຫຼັບການຂື້ນທະບຽນໝາຍເລກຂອງເບີມືຖືຂອງ ອີທີແອລ.

“ETL-KYC” ມາຈາກແອບພິເຄເຊີນລົງທະບຽນຊີມກ໊າດທີ່ຊົງພະລັງ ໄດ້ຮັບການພັດທະນາຢ່າງພິຖິທັນ ໂດຍ ບໍລິສັດ ອີທີແອລ ຈໍາກັດ ເຊິ່ງເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ທີ່ມີຊື່ສຽງໃນ ສ.ປ.ປ ລາວ ໄດ້ຮັບການອອກແບບຢ່າງປານີດ ເພື່ອໃຊ້ເປັນເຄື່ອງມືທີ່ຂາດບໍ່ໄດ້ສໍາຫຼັບການລົງທະບຽນເລກໝາຍຂອງອີທີແອລໂດຍສະເພາະ,ເຊິ່ງໄດ້ຮັບການປັບແຕ່ງ ເພື່ອຮອງຮັບລູກຄ້າຮັກແພງ ຂອງ ອີທີແອລ ເທົ່ານັ້ນ.

“ETL-KYC” ຊ່ວຍໃຫ້ລູກຄ້າ, ຕົວແທນທີ່ໄດ້ຮັບອະນຸຍາດ ແລະ ພະນັກງານຂອງ ອີທີແອລ ສາມາດລົງທະບຽນເລກຫມາຍໂທລະສັບມືຖື ຂອງ ອີທີແອລ ທີ່ເປັນທີ່ຕ້ອງການ ໄດ້ຢ່າງງ່າຍດາຍ ໂດຍການຕິດຕັ້ງແອບພິເຄເຊີນທີ່່ງ່າຍດາຍ ທ່ານສາມາດບັນທືກເອກະສານສໍາຄັນໄດ້ຢ່າງສະດວກ ລວມເຖິງຮູບຖ່າຍເລກຫມາຍ, ຮູບຖ່າຍສ່ວນຕົວ ພ້ອມກັບ ຫນັງສືເດີນທາງ ຫຼື ບັດປະຊາຊົນຂອງທ່ານ, ຫຼັງຈາກປ້ອນຂໍ້ມູນທີ່ຢູ່ໃນການຂື້ນທະບຽນຄົບຖ້ວນແລ້ວ,​ ຕໍ່ໄປຄືລໍຖ້າການຢືນຢັນຈາກເຈົ້າຫນ້າທີ ຂອງ ETL ຜ່ານ ຂໍ້ຄວາມ. ໂອບຮັບຊີວິດຢ່າງເຕັມທີ່ ແລະ ລີ້ມຣົດຄວາມເປັນເລີດຂອງບໍລິການຂອງພວກເຮົາກັບ “ETL-KYC”

ແນະນໍາຂັ້ນຕອນຂຶ້ນທະບຽນເບີມືຖື

ວິທີລົງທະບຽນ :

1. ດາວໂຫລດແອັບ “ETLKYC” ໃສ່ໂທລະສັບຂອງທ່ານ.
2. ເຂົ້າໄປທີ່ ຂຶ້ນທະບຽນຜ່ານ “ຜູ້ນຳໃຊ້”
3. ປ້ອນ “ເລກຫມາຍໂທລະສັບມືຖື” ທີ່ທ່ານຕ້ອງການຂຶ້ນທະບຽນ.
4. ປ້ອນລະຫັດ “OTP”.
5. ເລືອກປະເພດ ຊິມເກົ່າ , ເລືອກປະເພດເອກກະສານຢືນຢັນຕົວຕົນ ເພື່ອຂຶ້ນທະບຽນເບີມືຖື
6. ປ້ອນຂໍ້ມູນ “ເອກກະສານຢືນຢັນຕົວຕົນ ເພື່ອຂຶ້ນທະບຽນເບີມືຖື”.
7. ຖ່າຍຮູບ ຜູ້ມາຂຶ້ນທະບຽນເບີມືຖື ພ້ອມຈັບເອກະສານຢືນຢັນຕົວຕົນ.
8. ຖ່າຍຮູບເອກະສານ ຢືນຢັນຕົວຕົນ.
9. ກວດສອບຂໍ້ມູນ ໃຫ້ຄົບຖ້ວນ ແລະ ກົດຢືນ ເພື່ອຢຶນຢັນ ການຂຶ້ນທະບຽນສຳເລັດ.

ແນະນໍາຂັ້ນຕອນຂຶ້ນທະບຽນເບີມືຖື

ວິທີລົງທະບຽນ :

1. ດາວໂຫລດແອັບ “ETLKYC” ໃສ່ໂທລະສັບຂອງທ່ານ.
2. ເຂົ້າໄປທີ່ ຂຶ້ນທະບຽນຜ່ານ “ຕົວແທນ”
3. ປ້ອນຂໍ້ມູນ “ຊື່ຜູ້ໃຊ້ ແລະ ລະຫັດຜ່ານ.
4. ປ້ອນ “ເລກຫມາຍມືຖື” ທີ່ທ່ານຕ້ອງການຂຶ້ນທະບຽນ.
5. ເລືອກປະເພດ ” ເອກະສານຢືນຢັນຂຶ້ນທະບຽນເບີມືຖື.
6. ປ້ອນຂໍ້ມູນ ເອກະສານສ່ວນຕົວ ເພື່ອ ຂຶ້ນທະບຽນເບີມືຖື
7. ຖ່າຍ ຮູບ ເລກຫມາຍໂທລະສັບ.
8. ຖ່າຍຮູບ ຜູ້ມາຂຶ້ນທະບຽນເບີມືຖື ພ້ອມຈັບເອກະສານຢືນຢັນຕົວຕົນ.
9. ຖ່າຍຮູບເອກະສານ ຢືນຢັນຕົວຕົນ.
10. ກວດສອບຂໍ້ມູນ ໃຫ້ຄົບຖ້ວນ ແລະ ກົດຕົກລົງ ເພື່ອຢຶນຢັນ ການຂຶ້ນທະບຽນສຳເລັດ.

ຕິດຕໍ່ສອບຖາມພວກເຮົາ
issue
message
sms
whatsapp
line
wechat
email
Menu
Languages