ພິທີເປີດໂຕ “ ບໍລິການສື່ສານຜ່ານດາວທຽມ ທຽນທົງ (Tiantong) ຂອງ ສປ ຈີນ ເຊື່ອມຕໍ່ກັບເຄຶອຂ່າຍໂທລະສັບໂດຍກົງ ໃນສປປ ລາວ”

ບໍລິສັດ ອີທີແອລ ຈໍາກັດ (ETL) ແລະ ບໍລິສັດ China Telecom Corporation Limited (CT) ເປີດໂຕທາງການ ບໍລິການສື່ສານຜ່ານດາວທຽມ ທ່ຽນທົ່ງ  ຂອງ ສປ ຈີນ ເຊື່ອມຕໍ່ກັບເຄຶອຂ່າຍໂທລະສັບ ຄັ້ງປະຫວັດສາດ ການເຊື່ອມຕໍ່ໃນ ສປປ ລາວ ”.

ນະຄອນຫຼວງວຽງຈັນ, ວັນທີ 16 ເມສາ 2025, ບໍລິສັດ ອີທີແອລ ຈໍາກັດ ແລະ China Telecom ສາຂາການສື່ສານຜ່ານດາວທຽມ ໄດ້ຈັດພິທີເປີດໂຕການບໍລິການສື່ສານຜ່ານດາວທຽມທ່ຽນທົ່ງຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ, ເປັນຄັ້ງທໍາອິດທີ່ໂທລະສັບມືຖືໃນສປປ ລາວສາມາດເຊື່ອມຕໍ່ກັບດາວທຽມໂດຍກົງໂດຍບໍ່ຕ້ອງໃຊ້ອຸປະກອນເພີ່ມເຕີມ.

ພິທີດັ່ງກ່າວໄດ້ຮັບກຽດເປັນປະທານໂດຍທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ, ທ່ານນາງ ຟາງຫົງ, ເອກອັກຄະລັດຖະທູດຈີນປະຈໍາລາວ, ທ່ານ ວັດທະນາ ວົງເທວັນ, ຮອງຜູ້ອໍານວຍການໃຫຍ່ ETL ແລະ ທ່ານ Zhang Xin, ຜູ້ອໍານວຍການໃຫຍ່ CT ສາຂາສື່ສານດາວທຽມ ແລະ  ມີບັນດາຫົວໜ່ວຍທຸລະກິດ ແລະ ອົງການຈັດຕັ້ງສາກົນ ທັງພາຍໃນ-ຕ່າງປະເທດ ເຂົ້າຮ່ວມ ໃນງານດັ່ງກ່າວ, ມີການສາທິດການເຊື່ອມຕໍ່ຜ່ານດາວທຽມທ່ຽນທົ່ງ, ສະແດງໃຫ້ເຫັນຄວາມສາມາດໃນການສື່ສານທີ່ທັນສະໄຫມ.

ການບໍລິການດາວທຽມທ່ຽນທົ່ງຈະຊ່ວຍປັບປຸງການເຊື່ອມຕໍ່ໃນເຂດຫ່າງໄກສອກຫຼີກທີ່ຂາດສັນຍານພາກພື້ນດິນ, ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ, ການຮັບມືໄພພິບັດ ແລະ ການຂຸດຄົ້ນຊັບ ພະຍາ ກອນທໍາມະຊາດ. ທ່ານ ສົມພອນ ສີຫາລາດ, ຫົວຫນ້າກົມຄື້ນຄວາມຖີ່ ໄດ້ກ່າວວ່າ “ການຮ່ວມມືນີ້ເປັນຂີດໝາຍສໍາຄັນໃນການຫັນປ່ຽນເປັນດິຈິຕອນຂອງ ສປປ ລາວ, ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດິຈິຕອນໄລຍະ 20 ປີ (2021-2040) ແລະ ມຸ່ງຫມັ້ນທີ່ຈະສ້າງອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ໂດຍບໍ່ມີຂໍ້ຈຳກັດ.

ການຮ່ວມມືລະຫວ່າງ ETL ແລະ China Telecom ໄດ້ຮັບການຊີ້ນໍາຈາກສອງລັດຖະບານພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງເປັນພື້ນຖານສໍາລັບຄວາມສໍາເລັດຂອງໂຄງການນີ້. ທ່ານ ວັດທະນາ ໄດ້ກ່າວຢ້ຳ “ ຄວາມມຸ່ງໝັ້ນຂອງ ETL ໃນການສະໜອງການບໍລິການທີ່ມີຄຸນນະພາບເພື່ອຂັບເຄື່ອນການພັດທະນາດິຈິຕອນຂອງປະເທດ, ສ້າງໂອກາດໃໝ່ໃຫ້ແກ່ປະຊາຊົນທຸກຄົນ”. ພ້ອມນັ້ນ,​ ທ່ານ Zhang Xin ໄດ້ກ່າວເສີມວ່າ “ ບໍລິສັດ China Telecom ນໍາໃຊ້ປະໂຫຍດຈາກເຄືອຂ່າຍດາວທຽມ ແລະ ໂຄງສ້າງພື້ນຖານພາກພື້ນດິນທີ່ທັນສະໄໝ ເພື່ອພັດທະນາການບໍລິການຂໍ້ມູນອັດສະລິຍະທີ່ຄົບວົງຈອນ ຄວບຄຸມທາງບົກ, ທະເລ ແລະ ອາວະກາດ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ດ້ວຍປະສິດທິພາບສູງສຸດ

ການເປີດໂຕບໍລິການດາວທຽມທ່ຽນທົ່ງຄັ້ງນີ້ ບໍ່ພຽງແຕ່ເປັນການປະກາດຄວາມກ້າວໜ້າທາງເທັກໂນໂລຊີເທົ່ານັ້ນ, ແຕ່ຍັງເປັນຄຳໝັ້ນສັນຍາທີ່ຈະຫຼຸດຜ່ອນຊ່ອງວ່າງດ້ານການເຊື່ອມຕໍ່, ສ້າງສັງຄົມດິຈິຕອນທີ່ທົ່ວເຖິງ ແລະ ຍືນຍົງ. ດ້ວຍບໍລິການນີ້, ສປປ ລາວ ກຳລັງກ້າວເຂົ້າສູ່ອະນາຄົດທີ່ທຸກຄົນສາມາດເຊື່ອມຕໍ່ກັນໄດ້ຢ່າງບໍ່ມີຂອບເຂດ, ປົດລັອກທ່າແຮງໃໝ່ໃຫ້ແກ່ປະຊາຊົນ ແລະ ປະເທດຊາດ.

ບົດຂ່າວ: ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ ວັນທີ 20/03/2025

ບົດຂ່າວ: ກອງປະຊຸມໃຫ່ຍສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ

              ອີທີແອລ ຈໍາກັດ ສໍາເລັດລົງຢ່າງຈົບງາມ

———————————————————

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ (ອທອ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ໄຂຂື້ນຢ່າງເປັນ ທາງການ ໃນຕອນເຊົ້າວັນທີ 20 ມີນາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລ ຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ ກຕສ, ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກກະຊວງ ຕສ, ເລຂາຄະນະ ພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ, ມີຄະນະປະຈໍາພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ທົ່ວອົງຄະນະພັກກະຊວງ ແລະ 3 ອົງການຈັດຕັ້ງມະຫາຊົນ ກະຊວງ ຕສ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສໍາຮອງ ຂອງຄະນະພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ເຂົ້າຮ່ວມທັງໝົດ 121 ສະຫາຍ.

ໃນກອງປະຊຸມ ສະຫາຍ ສະຫວັນ ລາດສະດີ ກໍາມະການຄະນະພັກກະຊວງ, ເລຂາຄະນະ ພັກຮາກຖານ ບໍລິສັດ ອີທີແອລ ຈໍາກັດ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ. ຫຼັງຈາກນັ້ນ, ຄະນະພັກຮາກຖານ ກໍ່ໄດ້ຂຶ້ນຜ່ານ “ຮ່າງ” ບົດລາຍງານການເມືອງ, ແຜນພັດທະນາຂະແໜງການ ແລະ ບົດສໍາຫຼວດການນໍາພາ ລວມ ຂອງຄະນະພັກຮາກຖານ ຊຶ່ງໄດ້ ຍົກໃຫ້ເຫັນດ້ານດີ ທີ່ເປັນຜົນງານ, ດ້ານອ່ອນ, ສາຍເຫດ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຄະນະພັກຮາກຖານ ໄດ້ເອົາໃຈໃສ່ເປັນເຈົ້າການນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູ ຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງ ຂອງຄະນະພັກ ຮາກຖານ ໃນການປັບປຸງ, ກໍ່ສ້າງບຸກຄະລາກອນ, ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກປ້ອງກັນພາຍໃນພັກ, ວຽກງານກໍ່ສ້າງພັກ, ນໍາພາ-ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ພາຍໃນບໍລິສັດ, ກໍ່ສ້າງໜ່ວຍພັກ ໃຫ້ມີ ຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດ ວຽກງານວິຊາສະເພາະ ພ້ອມທັງເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ຕສ ຕໍ່ການດຳເນີນທຸລະກິດ ຂອງບໍລິສັດ, ເຄື່ອນໄຫວຢ່າງປະດິດສ້າງເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງໃນແຕ່ລະໄລຍະ. ຄະນະພັກຮາກຖານໄດ້ນໍາພາ-ຊີ້ນໍາວຽກງານກໍ່ສ້າງໜ່ວຍພັກສາມາດຮັກສາໄດ້ ນາມມະຍົດເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄື: ປີ 2019 ໄດ້ 4 ໜ່ວຍພັກ, ປີ 2020 ໄດ້ 6 ໜ່ວຍພັກ, ປີ 2021 ໄດ້ 7 ໜ່ວຍພັກ, ປີ 2022 ໄດ້ 5 ໜ່ວຍພັກ ແລະ ປີ 2023 ໄດ້ 7 ໜ່ວຍພັກ; ສາມາດຂະຫຍາຍມະຫາຊົນ ກ້າວໜ້າເຂົ້າເປັນສະມາຊິກພັກ ໄດ້ ທັງໝົດ 52 ສະຫາຍ, ຍິງ 19 ສະຫາຍ. ພ້ອມນັ້ນ, ກໍ່ໄດ້ນໍາພາປະຕິບັດ ວຽກງານວິຊາສະເພາະ ໂດຍໄດ້ເນັ້ນໃສ່ການຮັກສາລູກຄ້າເກົ່າ ແລະ ຂະຫຍາຍລູກຄ້າໃໝ່, ສັງລວມແລ້ວ ໃນໄລຍະ 5 ປີ ຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານ ອທອ ແມ່ນໄດ້ມີຜົນສໍາເລັດ ໃນຫຼາຍດ້ານ. ພ້ອມກັນນັ້ນ, ກໍ່ໄດ້ກໍານົດທິດທາງແຜນການ ໃນໄລຍະ ອີກ 5 ປີ ຂ້າງໜ້າ.

ໃນໂອກາດດັ່ງກ່າວ, ບັນດາສະຫາຍສະມາຊິກພັກສົມບູນ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະພັກຮາກຖານຊຸດໃໝ່ ເຊີ່ງມີຜູ້ອອກສະໝັກ ຮັບເລືອກຕັ້ງ 9 ສະຫາຍ, ເລືອກເອົາ 7 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນ ເອກະສັນເລືອກເອົາ:

  1. ສະຫາຍ ສະຫວັນ ລາດສະດີ ເປັນເລຂາຄະນະພັກຮາກຖານ
  2. ສະຫາຍ ວັດທະນາ ວົງເທວັນ ເປັນຮອງເລຂາຄະນະພັກຮາກຖານ
  3. ສະຫາຍ ໄຊສະຫງ່າ ບຸນນະຜົນ ເປັນປະທານກວດກາພັກ
  4. ສະຫາຍ ບຸນຄໍ້າ ຄະລືສີ ເປັນຮອງປະທານກວດກາພັກ
  5. ສະຫາຍ ນາງ ມີ່ງມາລາ ຂຽວວົງພະຈັນ ເປັນກໍາມະການ
  6. ສະຫາຍ ໄຊສົມໝາຍ ສໍສໍາພັນໄຊ ເປັນກໍາມະການ
  7. ສະຫາຍ ຈິດສະຫວາດ ແກ້ວປະເສີດ ເປັນກໍາມະການ

 ພ້ອມກັນນັ້ນ, ຍັງໄດ້ປ່ອນບັດຄັດເລືອກ ເອົາຜູ້ແທນສົມບູນ 17 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ ເພື່ອເຂົ້າຮ່ວມກອງ ປະຊຸມໃຫຍ່ຜູ້ແທນ ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຊີ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ ພ້ອມທັງໄດ້ສະແດງ ຄວາມເປັນຫ່ວງເປັນໄຍຕໍ່ວຽກງານຂອງຄະນະພັກຮາກຖານ ກໍ່ຄືການດຳເນີນທຸລະກິດ ຂອງບໍລິສັດ ອີທີແອລ ຈໍາກັດ, ພ້ອມນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະພັກຮາກຖານ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ທົ່ວຄະນະພັກຮາກຖານ ອທອ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນ, ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກພັກ-ພະນັກງານ ພາຍໃນບໍລິສັດ ຄະນະພັກ ຕ້ອງເປັນຜູ້ວາງນະໂຍບາຍ ແລະ ນໍາພາການຈັດຕັ້ງປະຕິບັດແຜນວຽກຕົວຈິງເພື່ອນໍາພາວຽກງານໃຫ້ມີ ຄວາມເຂັ້ມແຂງພ້ອມທັງມີຜົນສໍາເລັດອັນໃໝ່ ເພີ່ມທະວີຄວາມສາມັັກຄີເປັນປຶກແຜ່ນ ແໜ້ນໜາ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກປະຊາຊົນປະຕິວັດລາວໃຫ້ສູງຂຶ້ນ, ເປັນກໍາລັງແຮງຂັບ ເຄື່ອນໃນການຫັນເປັນດິຈິຕອນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ກະຊວງ ຕສ ທີ່ຈະມາເຖິງນີ້ ໃຫ້ປະກົດຜົນເປັນຈິງ ຢ່າງສະຫງ່າງາມ.

ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນ ຄຳສັ່ງ, ຄຳແນະນຳ, ມະຕິ ວ່າດ້ວຍການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ. ຄະນະພັກຮາກຖານ ບໍລິສັດ ອີທີແອລ ຈຳກັດ, ຄັ້ງວັນທີ 30 ພະຈິກ 2023.

ພິທີເຊັນສັນຍາຄວາມເຂົ້າໃຈ (MOU) ການຮ່ວມມືພັດທະນາດ້ານເຕັກໂນໂລຊີ ແລະ ການຕະຫຼາດລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວ.

ພິທີເຊັນສັນຍາຄວາມເຂົ້າໃຈ (MOU) ການຮ່ວມມືພັດທະນາດ້ານເຕັກໂນໂລຊີ ແລະ ການຕະຫຼາດລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວ ຈັດຂຶ້ນວັນທີ 20 ກັນຍາ 2023 ທີ່ສຳນັກງານໃຫຍ່ບໍລິສັດ ອີທີແອລ ຈໍາກັດ ໂດຍການລົງນາມຂອງທ່ານ ຮວງ ສູຢຸນ ຜູ້ອໍານວຍການໃຫຍ່ບໍລິສັດ ອີທີແອລ ຈໍາກັດ ແລະ ທ່ານ ອານຸສິດ ກຸນລາວົງ CEO ບໍລິສັດ KLS ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ຮວງ ສູຢຸນ ກ່າວໃຫ້ຮູ້ວ່າ: ບໍລິສັດ ອີທີແອລ ໄດ້ມີການພັດທະນາກ້າວໜ້າຢ່າງຕໍ່ເນື່ອງ ປັດຈຸບັນບໍລິສັດມີ 18 ສາຂາ ພ້ອມທັງມີເຄຶອຂ່າຍ 4,5 G ຄວບຄຸມໃນທົ່ວປະເທດ ສະນັ້ນການເຊັນສັນຍາຮ່ວມມືລະຫວ່າງບໍລິສັດ ອີທີແອລ ຈໍາກັດ ແລະ ບໍລິສັດ KLS ຈໍາກັດຜູ້ດຽວຄັ້ງນີ້ເປັນການສ້າງພື້ນຖານທີ່ເຂັ້ມແຂງໃນການຮ່ວມມືລະຫວ່າງສອງບໍລິສັດ ໂດຍບໍລິສັດ KLS ຈໍາກັດຜູ້ດຽວ ໄດ້ສ້າງແອັບຂຶ້ນມາ ເຊິ່ງເປັນແອັບຂອງຄົນລາວ 100% ແລະ ບໍລິສັດ ອີທີແອລ ພ້ອມໃຫ້ການສະໜັບສະໜູນເພື່ອສ້າງພື້ນຖານທີ່ເຂັ້ມແຂງໃນການພັດທະນາດ້ານການຕະຫຼາດ.
ທ່ານ ອານຸສິດ ກຸນລາວົງ ກ່າວໃຫ້ຮູ້ຕື່ມອີກວ່າ: ການຮ່ວມມືທັງສອງບໍລິສັດຄັ້ງນີ້ຈະກາຍເປັນຈຸດເຊື່ອມໂຍງທາງດ້ານຂໍ້ມູນຂ່າວສານ ເພື່ອຕອບສະໜອງໃຫ້ກັບບັນດາຫົວໜ່ວຍທຸລະກິດຕ່າງໆທັງພາກລັດ ແລະ ເອກະຊົນໃນລາວ ລວມເຖິງທັງພາກພື້ນ ແລະ ສາກົນ ພ້ອມນັ້ນຍັງເປັນການສົ່ງເສີມເສດຖະກິດສັງຄົມ ເຕັກໂນໂລຊີ ການຄ້າ ການລົງທຶນ ແລະ ສ້າງວຽກເຮັດງານທໍາໃຫ້ກັບປະຊາຊົນລາວ ເຊິ່ງຂອບເຂດການຮ່ວມມືປະກອບມີ ການຮ່ວມມືດ້ານ content ແລະ Esport ຮ່ວມມີດ້ານ IDC/CDN ແລະ ການຮ່ວມມືດ້ານ CO-Marketing.

ກອງປະຊຸມ ສະຫຼຸບຜົນປະກອບການດຳເນີນທຸລະກິດ ປະຈຳປີ 2021

ກອງປະຊຸມ ສະຫຼຸບຜົນປະກອບການດຳເນີນທຸລະກິດ ປະຈຳປີ 2021 ແລະ ທິດທາງແຜນການ ປະຈຳປີ 2022 ຂອງ ບໍລິສັດອີທີແອລ ຈຳກັດ
ທີ່ສຳນັກງານໃຫຍ່ ບໍລິສັດ ອີທີແອລ ຈຳກັດ, ນະຄອນຫຼວງວຽງຈັນ, ວັນທີ 14-17 ມີນາ 2022
ຕິດຕໍ່ສອບຖາມພວກເຮົາ
issue
message
sms
whatsapp
line
wechat
email
Menu
Languages